ອາຊຽນ ຍູ້ແຮງການປະຕິບັດຄຳໝັ້ນສັນຍາຄວາມສະເໝີພາບຍິງ-ຊາຍ
ສຳນັກຂ່າວຫວຽດນາມນິວລາຍງາຍວັນທີ 26 ພຶດສະພາ 2023 ນີ້ວ່າ: ກອງປະຊຸມແບບທາງໄກລັດຖະມົນຕີ ອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະ
ການພັດທະນາຄັ້ງທີ 11 ດ້ວຍຫົວຂໍ້ “ຍູ້ແຮງການປະຕິບັດບັນດາຄຳໝັ້ນສັນຍາຂອງ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ຜ່ານການປະສານສົມ
ທົບທາງເພດ ແລະ ເຊື່ອມຕົວເຂົ້າກັບສັງຄົມ“, ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ ຜ່ານ ມາ, ຢູ່ ມາເລເຊຍ ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ,ຫົວໜ້າ
ຄະນະຮັບຜິດຊອບຂົງເຂດສະຫວັດດີການສັງຄົມ ແລະ ພັດ ທະນາຂອງ 10 ປະເທດສະມາ ຊິກ ອາຊຽນ ພາຍໃຕ້ການເປັນປະທານຂອງ ມາເລເຊຍ. ໂອກາດນີ້,
ທ່ານ ເລເຕິນຢຸງ ຫົວໜ້າຄະນະຜູ້ແທນ ຫວຽດ ນາມ, ຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເປັນຕົວແທນກອງ
ປະຊຸມຍົກໃຫ້ເຫັນສິດສະເໜີພາບຍິງຊາຍຂອງປະເທດຫວຽດນາມໂດຍໃຫ້ຮູ້ວ່າ: ດ້ວຍກຳລັງແຮງງານຍິງໃນປະເທດນີ້ ບັນລຸ 23,5 ລ້ານຄົນ ກວມເອົາ
46,5%ກຳລັງແຮງງານໃນທົ່ວປະເທດ, ຫວຽດນາມ ຍາມໃດກໍໃຫ້ຄຳໝັ້ນສັນຍາຊຸກ ຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ພິ
ເສດແມ່ນໃນຂົງເຂດແຮງງານ ແລະ ວຽກເຮັດງານທຳ. ພ້ອມທັງເນັ້ນໜັກຕື່ມວ່າ: ຫວຽດນາມມີຄວາມປາຖະໜາຢາກຮ່ວມແຮງຮ່ວມໃຈກັບ ອາຊຽນ ຊຸກຍູ້
ແລະ ສ້າງຂອບນິຕິ ກຳຢ່າງສົມບູນແບບເພື່ອຮັບ ປະກັນສິດ, ຜົນປະໂຫຍດ ແລະ ການເຂົ້າເຖິງບໍລິການຂອງສັງ ຄົມໂດຍພື້ນຖານ ໃຫ້ກຸ່ມຜູ້ມີອາຍຸສູງ, ເດັກ
ນ້ອຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ການຍົກສູງຄວາມຮັບຮູ້, ເພີ່ມທະວີການຮ່ວມມືກໍຄືບັນດາຄວາມມານະພະຍາ
ຍາມລວມໝູ່ ເພື່ອແນໃສ່ຮັບປະກັນສະຫວັດດີການ, ຄວາມຜາສຸກໃຫ້ແກ່ພົນລະເມືອງ ອາຊຽນໝົດທຸກຄົນ ແລະ ບໍ່ໃຫ້ຜູ້ໃດຖືກປະລະຢູ່ຂ້າງຫຼັງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/05/2023